Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຫຍັງ?
27/11/2025 Duração: 08min'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຄຳເອີ້ນຂີດຈຳກັດຂອງຄວາມສຳເລັດຂອງຄົນເອເຊັຍ. ມີພຽງແຕ່ຫ້າຄົນ ທີ່ມີພື້ນຖານຈາກເອເຊັຍເທົ່ານັ້ນ ທີ່ຢູ່ໃນຕໍາແຫນ່ງຜູ້ນໍາຂອງ ASX100 ແເພດານນີ້ກຳລັງຈະຖືກທຳລາຍລົງເທື່ອລະນ້ອຍໃນອອສເຕຣເລັຍ.
-
ງົບປະມານສາທາຣະນະສຸກໃນອອສເຕຣເລັຍ.
27/11/2025 Duração: 06minນາຍົກຣັດຖະມົນຕີຂອງຣັດ ໄດ້ມາເຕົ້າໂຮມກັນ ໃນການປະຊຸມສຸກເສີນ, ເນື່ອງຈາກຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ຽວກັບການບັນລຸຂໍ້ຕົກລົງ ເລື່ອງງົບປະມານຂອງໂຮງຫມໍຂອງຣັດ ກັບຣັດຖະບານກາງ. ລາຍງານຈາກສະຖາບັນ Grattan ພົບວ່າຢ່າງໜ້ອຍມີປະມານ 1.2 ພັນລ້ານໂດລາຕໍ່ປີ ໃນລະບົບທີ່ບໍ່ກ່ຽວກັບການຊ່ອຍເຫລືອຄົນໄຂ້ ແລະສາມາດນຳມາໃຊ້ຈ່າຍໃນທາງທີດີກວ່າ.
-
ຄວາມສາມາດ ໃນການຈ່າຍຄ່າເຊົ່າ
27/11/2025 Duração: 08minດັດຊະນີ ຂອງຄວາມສາມາດໃນການຈ່າຍຄ່າເຊົ່າ (Rental Affordability Index) ຫຼ້າສຸດຂອງ National Shelter ສະແດງໃຫ້ເຫັນວ່າ ຄວາມກົດດັນນີ້ ກໍາລັງເກີດຂຶ້ນທົ່ວປະເທດ. ເຖິງແມ່ນວ່າ ອັດຕາດອກເບັ້ຍຈະຫມັ້ນຄົງ, ແຕ່ຄວາມກົດດັນດ້ານການເຊົ່າເຮືອນ ຍັງບໍ່ປ່ຽນແປງທົ່ວອອສເຕຣເລັຍ. ໃນຫລາຍເມືອງຫລວງ, ຄອບຄົວຍັງຕ້ອງໃຊ້ຈ່າຍເກືອບຫນຶ່ງສ່ວນສາມ ຂອງລາຍໄດ້ຂອງເຂົາເຈົ້າ ພຽງແຕ່ເພື່ອໃຫ້ມີຫລັງຄາ ຢູ່ເທິງຫົວຂອງເຂົາເຈົ້າ.
-
ເຕືອນນັກຮຽນຕ່າງຊາດກ່ຽວກັບ ການຫຼອກລວງ.
27/11/2025 Duração: 05minAFP ໄດ້ອອກຄໍາເຕືອນຢ່າງຮີບດ່ວນ ສໍາລັບນັກຮຽນຕ່າງຊາດ ທີ່ຈະເດີນທາງອອກຈາກອອສເຕຣເລັຍ ຫລັງຈາກຈົບມະຫາວິທະຍາໄລ.ນັກຮຽນສາມາດເຂົ້າຫາໄດ້ ໂດຍກຸ່ມອາດຊະຍາກັມ ຊຶ່ງສເນີເງິນຫລາຍຮ້ອຍໂດລາ ສໍາລັບການໃຊ້ບັນຊີທະນາຄານ ໃນອອສເຕຣເລັຍຂອງເຂົາເຈົ້າ. ເອກະສານປະຈໍາຕົວ ເຊັ່ນຫນັງສືຜ່ານແດນ, ໃບຂັບຂີ່ ຫຼືບັດປະຈຳຕົວ ທີ່ອອກໃຫ້ໂດຍຣັດຖະບານ ກໍສາມາດໃຊ້ ເພື່ອເປີດບັນຊີທະນາຄານໃນຊື່ຂອງເຫຍື່ອໄດ້.
-
ການຊຸມນຸມປະທ້ວງຂອງກຸ່ມ neo-Nazi.
21/11/2025 Duração: 12minທະນາຍຄວາມ ເລື່ອງສິດທິມະນຸດກ່າວວ່າ ການລົງໂທດການປະທ້ວງ ຂອງກຸ່ມ neo-Nazi ເບິ່ງຄືວ່າເປັນສອງມາດຕະຖານ ສໍາລັບຣັດຖະບານຂອງຣັດ ທີ່ສນັບສນູນການລົງໂທດ ແລະຂໍ້ຈໍາກັດການປະທ້ວງທີ່ຮຸນແຮງ. ການປະທ້ວງນັ້ນ ໄດ້ຮັບອະນຸຍາດຈາກຕໍາຫລວດ New South Wales ພາຍໃຕ້ກົດຫມາຍ ຂອງການປະທ້ວງຂອງຣັດ. ໃນຣັດNew South Wales, ການປະທ້ວງ ສາມາດຂໍອະນຸຍາດ ໂດຍການສົ່ງຄຳຮ້ອງທີ່ເອີ້ນວ່າ 'Form1' ຢ່າງຫນ້ອຍເຈັດມື້ ແລະຖ້າສານບໍ່ໄດ້ສັ່ງຫ້າມການຊຸມນຸມນັ້ນ, ມັນກໍຈະຖືວ່າ ເປັນການຊຸມນຸມທີ່ໄດ້ຮັບອະນຸຍາດ.
-
ຄຳເຕືອນກ່ຽວກັບຄວາມສ່ຽງຕໍ່ "ນັກຮຽນ (Schoolies)".
21/11/2025 Duração: 07minໃນຂນະທີ່ໄວລຸ້ນຫລາຍພັນຄົນ ສເລີມສລອງການສິ້ນສຸດ ຂອງປີ 12,ເຂົາເຈົ້າໄດ້ຮັບການເຕືອນ ເຖິງຄວາມສ່ຽງທີ່ມາຈາກການດື່ມເຄື່ອງມຶນເມົາ, ໂດຍສະເພາະຢູ່ຕ່າງປະເທດ. ການຣົນນະຣົງນີ້ ໃຫ້ຄໍາແນະນໍາແກ່ໄວລຸ້ນ ແລະພໍ່ແມ່ ກ່ຽວກັບການດື່ມເຄື່ອງມຶນເມົາ ໃນປະຣິມານທີ່ພໍສົມຄວນ, ດູແລຫມູ່ເພື່ອນ, ແລະຄວາມສ່ຽງທີ່ເກີດຈາກເຄື່ອງດື່ມທີ່ບໍ່ມີປ້າຍ, ລາຄາຖືກ ຫລືໜ້າສົງໄສ.
-
ການເປີດເຜີຍແຟ້ມ ຄະດີທາງເພດ ທີ່ອາດກ່ຽວກັບ Donald Trump
21/11/2025 Duração: 10minຜູ້ແທນພັກ Democrat ໃນຄນະກໍາມະການດູແລ ແລະການປະຕິຮູບຣັດຖະບານ ຂອງສະພາ (the House Committee on Oversight and Government Reform) ໄດ້ເຜີຍແພ່ emails ຈາກສົມບັດຂອງ Jeffrey Epstein ທີ່ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຮູ້ຂອງ Donald Trump ກ່ຽວກັບການລ່ວງລະເມີດຂອງ Epstein ຕາມທີ່ກ່າວຫາ.
-
ມີການປິດໂຮງຮຽນຍ້ອນການປົນເປື້ອນຂອງ Asbestos.
21/11/2025 Duração: 08minການເອີ້ນຄືນດິນຊາຍຫລິ້ນສີທີ່ນຳເຂົ້າ (Imported coloured play sand) ທົ່ວປະເທດ ທີ່ປົນເປື້ອນດ້ວຍ Asbestos ໄດ້ຂຍາຍຜົນກະທົບຂອງມັນກວ້າງຂຶ້ນ. ບັດນີ້ ມີການປິດໂຮງຮຽນ ແລະຄວາມພຍາຍາມໃນການແກ້ໄຂທົ່ວSouth Australia, ACT ແລະ Tasmania ເພາະຄວາມເປັນຫ່ວງກ່ຽວກັບການປົນເປື້ອນ.
-
ການທຸດຈະຣິດໃນ Ukraine.
13/11/2025 Duração: 06minໜ່ວຍງານຕໍ່ຕ້ານການທຸດຈະຣິດຂອງ Ukraine (National Anti-Corruption Bureau) ໄດ້ດໍາເນີນການສອບສວນຄັ້ງໃຫຍ່, ຊຶ່ງກ່ຽວຂ້ອງກັບການກ່າວຫາວ່າ ມີເງິນໃນການທຸດຈະຣິດ ປະມານ 100 ລ້ານໂດລາ ໃນພາກພະລັງງານ ແລະປະທານາທິບໍດີ Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ຖອດຖອນ ຣັດຖະມົນຕີ ກະຊວງຄວາມຍຸດຕິທັມ ແລະພະລັງງານ ຂອງປະເທດຊຶ່ງຖືກກ່າວຫາວ່າມີສ່ວນໃນການທຸດຈະຣິດຄັ້ງນີ້.
-
ການສອບສວນການຢຽດເຊື້ອຊາດ ໃນບ່ອນທໍາງານ.
13/11/2025 Duração: 07minການຈໍາແນກເຊື້ອຊາດ ຢູ່ບ່ອນທໍາງານເປັນພັຍພິບັດ. ມັນເປັນບັນຫາທີ່ກະທົບກະເທືອນ ຕໍ່ຜູ້ຄົນໃນທຸກຂັ້ນຕອນຂອງວຽກງານ, ມັນຫຼຸດຄ່າຂອງຜູ້ຄົນໃຫ້ຫນ້ອຍລົງ, ແລະມັນສ້າງຄວາມເສັຍຫາຍ ຕໍ່ເສດຖະກິດ ແລະສັງຄົມຂອງເຮົາໂດຍທົ່ວໄປ ແຕ່ພະນັກງານອົບພະຍົບ ໃນເຂດພູມີພາກ ມີຄວາມສ່ຽງຕໍ່ການຖືກເອົາປຽບທາງເຊື້ອຊາດ ເປັນພິເສດ.
-
ວ່າດ້ວຍ ຄວາມເຈັບປວດຂອງຜູ້ຍິງ.
13/11/2025 Duração: 10minລາຍງານກ່ຽວກັບຄວາມເຈັບປວດຂອງຜູ້ຍິງຖືກຫລໍ່ຫລອມໂດຍປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ. ລາຍງານໄດ້ເປີດເຜີຍຊ່ອງວ່າງທາງສຸຂະພາບລະຫວ່າງເພດ, ປະສົບການຂອງອະຄະຕິທາງການແພດ, ການຈໍາແນກເລື່ອງເພດ ແລະການກຽດຊັງຜູ້ຍິງ, ແລະຄວາມຮູ້ສຶກທີ່ຖືກລະເລີຍ ຫລືຖືກປະຕິເສດ ໂດຍທ່ານຫມໍ ແມ່ນແພ່ໄປທົ່ວລະບົບສຸຂະພາບຂອງຣັດ Victoria.
-
ໄຟຟ້າຟຣີ... ມີແທ້ຫຼືບໍ່ໃນ ອອສເຕຣເລັຍ?
12/11/2025 Duração: 06minຊາວອອສເຕຣເລັຍ ໃນສາມຣັດ ຈະໄດ້ຮັບໄຟຟ້າຟຣີສາມຊົ່ວໂມງ ໃນຕອນກາງເວັນ, ພາຍໃຕ້ໂຄງການ ແບ່ງປັນພະລັງງານງານແສງອາທິດ ຢ່າງຫລວງຫລາຍ ທີ່ເກັບກ່ຽວໃນເວລາທີ່ບໍ່ແມ່ນຊົ່ວໂມງທີ່ມີຄວາມຕ້ອງການສູງ. ແຜນນັ້ນ ໄດ້ຮັບການຕ້ອນຮັບ ໂດຍກຸ່ມສະພາບແວດລ້ອມ, ແຕ່ບາງຄົນ ໃນຝ່າຍຄ້ານບໍ່ປະທັບໃຈ.
-
ອາດຊະຍາກັມທີ່ the Louvre
22/10/2025 Duração: 06minມັນເປັນອາດຊະຍາກັມເທື່ອຫຼ້າສຸດ ຂອງພິພິດທະພັນ the Louvre. ວັດຖຸແປດອັນ ໄດ້ຖືກລັກໄປ, ຮວມທັງສາຍຄໍມໍຣະກົດ ແລະເພັດ ທີ່ Napoleon ໄດ້ມອບໃຫ້ Marie Louise ພັນລະຍາຂອງລາວ, ແລະມົງກຸດໃນສັດຕະວັດທີ 19 ຂອງ Empress Eugenie, ພັນລະຍາຂອງ Napolean ທີສາມ ແລະ ປະທານທິບໍດີຝຣັ່ງ, Emmanuel Macron, ກ່າວວ່າກໍາລັງເຮັດທຸກວິທີທາງ ເພື່ອຈັບຜູ້ທີ່ຢູ່ເບື້ອງຫລັງ ການປຸ້ນຄັ້ງນີ້.
-
ຄວາມເມື່ອຍໜ່າຍ (Burnout) ໃນບ່ອນທໍາງານ.
22/10/2025 Duração: 07minຄວາມເມື່ອຍໜ່າຍ (Burnout) ມີລັກສນະແນວໃດ? ຄວາມເມື່ອຍໜ່າຍ ສາມາດສະແດງອອກ ໃນທາງທີ່ແຕກຕ່າງກັນ ແຕ່ຜູ້ຊ່ຽວຊານບອກວ່າ ມີສັນຍານທົ່ວໄປສອງສາມຢ່າງ ທີ່ບໍ່ຄວນລະເລີຍ. ສິ່ງເຫຼົ່ານີ້ ລວມເຖິງຄວາມຮູ້ສຶກໂດດດ່ຽວ, ຂຸ່ນເຄືອງ ແລະຂາດພະລັງງານ. ຄວາມເມື່ອຍໜ່າຍ ອາດຫມາຍເຖິງຄວາມຮູ້ສຶກ ບໍ່ພໍໃຈກັບວຽກ ຫຼືເຊົາເຮັດວຽກ ທີ່ທ່ານເຄີຍໃຫ້ຄວາມສຳຄັນ. ມັນສາມາດ ເປັນທາງຮ່າງກາຍເຊັ່ນກັນ, ບາງຄັ້ງກໍໄປສູ່ຄວາມເຈັບປວດຫົວ ແລະຄວາມເຈັບປວດຕາມຮ່າງກາຍຫຼາຍຂຶ້ນ, ພ້ອມທັງການລົບກວນຂອງການນອນ.
-
ການປ້ອງກັນການລົ້ມ ໃນຜູ້ສູງອາຍຸ.
22/10/2025 Duração: 07minໃນອອສເຕຣເລັຍ, ປະມານ ຫນຶ່ງໃນສີ່ຄົນ ທີ່ມີອາຍຸສູງກວ່າ 65 ປີ ປະສົບກັບການລົ້ມ ຢ່າງຫນ້ອຍຫນຶ່ງເທື່ອໃນແຕ່ລະປີ ແລະມັນເປັນສາເຫດສໍາຄັນ ຂອງການບາດເຈັບ, ການເຂົ້າໂຮງຫມໍ ແລະການຕາຍ ໃນບັນດາຜູ້ສູງອາຍຸ ຊາວອອສເຕຣເລັຍ. ການປ້ອງກັນການລົ້ມ ບໍ່ໄດ້ເປັນເລື່ອງງ່າຍ, ໂດຍສະເພາະຢ່າງຍິ່ງ ເມື່ອພາສາ ຂັດຂວາງການຮັບຮູ້.
-
ການເສບຕິດຂອງຫມາກັບຂອງຫລິ້ນ.
21/10/2025 Duração: 08minທີ່ມະຫາວິທະຍາລັຍ Veterinary Medicine ໃນ Vienna ພົບວ່າ ໝາບາງສາຍພັນ ມີການເສບຕິດກັບຂອງຫຼິ້ນຂອງພວກມັນ ຊຶ່ງຄ້າຍຄືກັນກັບ ການເສບຕິດໃນມະນຸດ... ແຕ່ບໍ່ມີຫຼັກຖານທາງວິທຍາສາດທີ່ຈະຮອງຮັບເລື້ອງນີ້ ແຕ່ມັນເປັນການສັງເກດໂດຍທົ່ວໄປເທົ່ານັ້ນ.
-
ກົດຫມາຍດ້ານສິດທິມະນຸດອອສເຕຣເລັຍ
15/10/2025 Duração: 07minເປັນຫຍັງອອສເຕຣເລັຍ ຈຶ່ງບໍ່ມີກົດຫມາຍສິດທິມະນຸດ ໃນລະດັບຣັຖບານກາງ, ຊຶ່ງແຕກຕ່າງຈາກ New Zealand ແລະປະເທດອັງກິດ? ເຖິງແມ່ນວ່າ ມີສິດທິທີ່ຖືກປົກປ້ອງ ໂດຍຣັຖທັມມະນູນ; ແລະມີກົດຫມາຍ ຕໍ່ຕ້ານການເລືອກປະຕິບັດ* ຂອງຣັຖບານກາງ ແຕ່ກໍ ມີກົດຫມາຍສິດທິມະນຸດ ທີ່ແຕກຕ່າງກັນ, ຍົກຕົວຢ່າງໃນ Victoria, ACT ແລະ Queensland.
-
ການຈັດອາຫານແປຮູບພິເສດ ອອກຈາກໂຮງຮຽນ.
15/10/2025 Duração: 07minຣັດ California ຈະກໍາຈັດອາຫານ ແປຮູບພິເສດ (Ultraprocessing Foods) ບາງຢ່າງ ຈາກອາຫານໂຮງຮຽນ ໃນທົດສະວັດໜ້າ ພາຍໃຕ້ກົດຫມາຍທໍາອິດໃນປະເທດ ທີ່ຖືກລົງນາມໂດຍຜູ້ປົກຄອງ Gavin Newsom. ໂຮງຮຽນຈະຕ້ອງເລີ່ມເອົາອາຫານເຫລົ່ານັ້ນ ອອກຈາກລາຍການຂອງເຂົາເຈົ້າ ພາຍໃນເດືອນກໍລະກົດ ປີ 2029, ແລະເຂດການສຶກສາ ຈະຖືກຫ້າມ ບໍ່ໃຫ້ຂາຍອາຫານເຫຼົ່ານັ້ນ ເປັນອາຫານເຊົ້າ ຫລືອາຫານທ່ຽງ ພາຍໃນເດືອນກໍລະກົດ ປີ 2035.
-
ວ່າດ້ວຍເຄື່ອງມືຕິດຕາມໂຕ.
15/10/2025 Duração: 15minດ້ວຍວ່າສ່ວນຫນຶ່ງແມ່ນຄວາມໄວຂອງຊີວິດ... ການນຳໃຊ້ເຄື່ອງມືຕິດຕາມໂຕ ກໍມີຫຼາຍຂຶ້ນ. ຜູ້ຊ່ຽວຊານບາງຄົນກໍຄິດວ່າເປັນການດີ... ແຕ່ບາງຄົນກໍເວົ້າວ່າຈະເຮັດໃຫ້ມີຄວາມເປັນສ່ວນໂຕຫຼຸດໜ້ອຍລົງແລະອິດສຣະພາບຈະຖືກຈຳກັດ.
-
ຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີ ພະລັງງານນິວເຄລັຍ.
13/10/2025 Duração: 06minພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບພະລັງງານນິວເຄລັຍ, ເຖິງແມ່ນວ່າ ຈະເສັຍໄຊໃນການເລືອກຕັ້ງ ດ້ວຍນະໂຍບາຍ ພະລັງງານນິວເຄລັຍກໍຕາມ. ແຕ່ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບນະໂຍບາຍນີ້ອີກເທື່ອໜຶ່ງ ໂດຍອ້າງເຖິງຄວາມກ້າວໜ້າຂອງດ້ານນີ້ໃນສະຫະຣັດອາເມຣິກາ.