Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 79:40:13
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • ຄວາມເຫງົາຂອງຜູ້ຊາຍ ໃນອອສເຕຣເລັຍ.

    09/10/2025 Duração: 09min

    ຄວາມເຫງົາໃນບັນດາຜູ້ຊາຍ ຖືກອະທິບາຍວ່າເປັນ "ວິກິດ" ໃນອອສເຕຣເລັຍ, ແລະເບິ່ງຄືວ່າກໍາລັງເພີ່ມຂຶ້ນ. ການສຶກສາຄົ້ນຄວ້າຂອງອອສເຕຣເລັຍເມື່ອບໍ່ດົນມານີ້ ສາມາດໃຫ້ຄໍາຕອບວ່າ ເປັນຫຍັງຜູ້ຊາຍຈຶ່ງເບິ່ງຄືວ່າ ກໍາລັງດີ້ນລົນກັບຄວາມເຫງົາຫຼາຍຂຶ້ນ.

  • ການປິດໂຕຂອງຣັຖບານ ອາເມຣິກາ.

    09/10/2025 Duração: 08min

    ນີ້ເປັນການປິດຣັຖບານ ຄັ້ງທີ 15 ນັບແຕ່ປີ 1981. ເຫດການນີ້ເກີດຂຶ້ນເພາະວ່າສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງຮ່າງກົດ ໝາຍງົບປະມານໃຫມ່ ກ່ອນວັນທີ 30 ເດືອນກັນຍາໄດ້. ໃນຂນະທີ່ພັກ Republican ຄວບຄຸມທັງສອງສະພາ, ໃນສະພາສູງ ເຂົາເຈົ້າຕ້ອງມີ 60 ສຽງເພື່ອຜ່ານກົດຫມາຍການໃຊ້ຈ່າຍ, ຊຶ່ງຫມາຍຄວາມວ່າ ເຂົາເຈົ້າຕ້ອງເຈຣະຈາກັບຝ່າຍ Democrats ເພື່ອຜ່ານກົດຫມາຍ ທີ່ຈະອະນຸມັດເງິນສໍາລັບໜ່ວຍງານ ແລະບໍຣິການຂອງຣັຖບານ.

  • ພະຍາບານທີ່ຈົດທະບຽນ ຈະສາມາດອອກໃບສັ່ງຢາໄດ້.

    09/10/2025 Duração: 05min

    ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ. ມັນເປັນການປະຕິຮູບ ທີ່ສາມາດປ່ຽນສະພາບການທາງການແພດ ໃນອອສເຕຣເລັຍ... ແລະຊີວິດຂອງຜູ້ປ່ວຍຈຳນວນຫລາຍ.

  • ການປິ່ນປົວແລະດູແລຜູ້ປ່ວຍໂຣກສມອງເສື່ອມ

    09/10/2025 Duração: 12min

    ໃນປີ 2065 ຄາດວ່າຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ຈະຢູ່ກັບພາວະສມອງເສື່ອມ ເພາະຈໍານວນຜູ້ຄົນມີອາຍຸສູງຂຶ້ນ. ພັນທຸກັມ ແລະວິຖີຊີວິດ ກໍມີບົດບາດຄືກັນ ໃນການເປັນໂຣກນີ້. ແຕ່ໃນປີ 2024, ວາຣະສານ Lancet Journal ລະບຸປັດຈັຍອັນຕະຣາຍ 14 ຢ່າງທີ່ສາມາດປ່ຽນແປງໄດ້, ຮວມທັງການບາດເຈັບໃນສມອງ, ພາວະຊຶມເສົ້າ, ໂຣກອ້ວນ, ຂາດການອອກກໍາລັງກາຍ, ດື່ມເຄື່ອງມຶນເມົາຫລາຍເກີນໄປ, ການສູນເສັຍການໄດ້ຍິນ ແລະການໂດດດ່ຽວທາງສັງຄົມເປັນຕົ້ນ ຊຶ່ງສາມາດຫລຸດອັດຕາ ໄດ້ເຖິງຫນຶ່ງສ່ວນສາມ.

  • ວັນແປສາກົນ ທີ່ຖືກຮັບຮູ້ໂດຍສະຫະປະຊາຊາດ.

    02/10/2025 Duração: 11min

    ບໍ່ມີຫລາຍຄົນ ຮູ້ເຖິງຄວາມແຕກຕ່າງລະຫວ່າງ ການແປ(Translating) ແລະການເປັນລ່າມ (Interpreting). ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດ ຄືການແປ (Translating) ແມ່ນການຂຽນ ໃນຂນະທີ່ການເປັນລ່າມ (Interpreting) ແມ່ນການໃຊ້ພາສາເວົ້າ. ໃນອອສເຕຣເລັຍ ເຮົາບໍ່ສາມາດເຫັນຜູ້ແປ (Translators) ແລະລ່າມ(Interpreter) ໄດ້. ເປັນເວລາແປດປີແລ້ວ ທີ່ອົງການສະຫະປະຊາຊາດ ໄດ້ຮັບຮູ້ວັນແປສາກົນ (International Translation Day) ເປັນເທື່ອທໍາອິດ. ຊຶ່ງກົງກັບວັນທີ 30 ເດືອນກັນຍາ.

  • ຜົນກະທົບຂອງການຕິດພະນັນ

    02/10/2025 Duração: 10min

    ການຄົ້ນຄວ້າໃຫມ່ ເນັ້ນເຖິງຄວາມກ່ຽວຂ້ອງ ລະຫວ່າງບັນຫາການພະນັນ ກັບຄວາມຮຸນແຮງໃນຄອບຄົວ, ການຂ້າຕົວຕາຍ ແລະຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຊາວອອສເຕຣເລັຍ ຫຼາຍກວ່າ 3 ລ້ານຄົນ ໄດ້ຮັບຜົນກະທົບ ຊຶ່ງແມ່ນຈຳນວນຫລາຍຂຶ້ນ ທີ່ກໍາລັງໄດ້ຮັບອັນຕະຣາຍ ຈາກການຫລິ້ນພະນັນ.

  • ໂຄງການຂອງກອງທະຫານອາເມຣິກາ

    02/10/2025 Duração: 09min

    Donald Trump ກ່າວຕໍ່ນາຍທະຫານຫລາຍຮ້ອຍຄົນ ເຖິງການສົ່ງກອງທະຫານ ໄປເມືອງທີ່ນໍາໂດຍພັກ Democrats ທີ່ລາວອ້າງວ່າ ໄດ້ສູນເສັຍການຄວບຄຸມອາດຊະຍາກັມ ແລະການຍ້າຍຖິ່ນຖານ. ໃນຂນະດຽວກັນ Pete Hegseth ໄດ້ເຕືອນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ເຖິງພັຍຄຸກຄາມຕ່າງໆ "ຄວາມຕື່ນໂຕ-Wokeness", ຄວາມແຕກຕ່າງ ແລະຄວາມອ້ວນ.

  • ການລະເມີດຄວາມເປັນສ່ວນຕົວຂອງລູກຄ້າ

    02/10/2025 Duração: 07min

    ທຸກໆມື້, ລູກຄ້າຫລາຍຮ້ອຍຄົນທົ່ວອອສເຕຣເລັຍ ເຂົ້າໄປໃນ Kmart, ຊຶ່ງເປັນທີ່ຮູ້ຈັກກັນດີ ໃນດ້ານຜລິດຕະພັນໃນບ້ານເຮືອນ ທີ່ລາຄາບໍ່ແພງ. ແຕ່ບາງຄົນ ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, ອີງຕາມການຄົ້ນພົບ ຂອງອົງການຄວບຄຸມຄວາມເປັນສ່ວນຕົວ ແຫ່ງຊາດ (The National Privacy Regulator).

  • ການປະທ້ວງຂອງຝ່າຍຂວາຈັດ.

    25/09/2025 Duração: 12min

    ຜູ້ຊ່ຽວຊານກ່າວວ່າ ມີແຮງຊຸກຍູ້ຫລາຍຢ່າງ ທີ່ຂັບເຄື່ອນການປະທ້ວງຄັ້ງໃຫຍ່ ຂອງຝ່າຍຂວາຈັດ ໃນອອສເຕຣເລັຍ ແລະປະເທດອັງກິດ, ແລະກ່າວວ່າມັນ "ບໍ່ເປັນເລື່ອງພິເສດຫຍັງ". ເຂົາເຈົ້າຍັງເວົ້າອີກວ່າ ອົງການສື່ສານມວນຊົນ ຕ້ອງປະຕິບັດຕໍ່ບັນຫານີ້ ດ້ວຍຄວາມລະມັດລະວັງເມື່ອລາຍງານ.

  • ຄວາມປອດພັຍດ້ານອາຫານໃນລະດູຮ້ອນ.

    25/09/2025 Duração: 07min

    ຫລາຍກວ່າເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍ ເຫັນວ່າ ຄວາມເຈັບປ່ວຍທີ່ເກີດຈາກອາຫານນັ້ນ ເປັນບັນຫາເລື່ອງຄວາມປອດພັຍຂອງອາຫານ, ແຕ່ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ບໍຣິໂພກ ມີການປະຕິບັດ ດ້ານຄວາມປອດພັຍທາງອາຫານຢ່າງສມ່ຳສເມີ ເມື່ອຕຽມອາຫານຢູ່ບ້ານ. ດ້ວຍລະດູຮ້ອນ ທີ່ຮ້ອນອົບເອົ້າໃກ້ເຂົ້າມາ, ຜູ້ສນັບສນູນ ແລະຜູ້ຊ່ຽວຊານ ດ້ານສຸຂະພາບກ່າວວ່າ ຊາວອອສເຕຣເລັຍ ຕ້ອງລະມັດລະວັງຫລາຍກວ່າເກົ່າ ກ່ຽວກັບອາຫານເປັນພິດໃນປີນີ້.

  • ການຢ້ຽມຢາມອັງກິດຂອງ Donald Trump

    25/09/2025 Duração: 07min

    ມີຫຼາຍຄຳຖາມຈາກນັກການທູດຂອງອັງກິດວ່າ ການຢ້ຽມຢາມອັງກິດຂອງ Donald Trump ໃຫ້ປໂຍດຫຍັງແດ່ແກ່ປະເທດ. ແຕ່ສໍາລັບປະທານາທິບໍດີ, ມັນເປັນສອງມື້ ຂອງການຫລິ້ນລະຄອນ ແລະການຍົກຍ້ອງ, ໄດ້ຮັບການປະຕິບັດຄືກະສັດ, ໂດຍກະສັດ. ສຳລັບເຈົ້າໜ້າທີ່ອັງກິດບາງຄົນແລ້ວ, ບາງເທື່ອ ມັນກໍເປັນເລື້ອງດີເມື່ອແຂກ-ບໍ່ວ່າຈະຍິນດີຕ້ອນຮັບຫລາຍປານໃດກໍຕາມ-ອອກຈາກເຮືອນ.

  • ໃນຄໍາປາສັຍຂອງ Donald Trump ທີ່ UN

    25/09/2025 Duração: 09min

    ການເຂົ້າຮ່ວມປະຊຸມໃຫຍ່ ສະຫະປະຊາຊາດ ຂອງ Donald Trump ແມ່ນເລື້ອງທີ່ຄາດເດົາໄດ້ຍາກວ່າມັນຈະເປັນແນວໃດ. Donald Trump ໄດ້ເຮັດໃຫ້ສະຫະປະຊາຊາດຕົກຕະລຶງ, ໂດຍໃຊ້ຄໍາປາສັຍຂອງລາວ ໃນທີ່ປະຊຸມສະມັດຊາໃຫຍ່ ເພື່ອແນະນໍາວ່າ ປະເທດອື່ນໆກຳລັງ "ຕົກນາຮົກ" ເພາະການຍ້າຍຖິ່ນຖານ ແລະປະຕິເສດວິທະຍາສາດ ໂດຍເອີ້ນການປ່ຽນແປງອາກາດວ່າ 'ຫຼອກລວງ-con'.

  • ລາຍງານການຕິດເຊື້ອທາງເພດສໍາພັນ ໃນອອສເຕຣເລັຍ

    18/09/2025 Duração: 07min

    ລາຍງານຈາກສະຖາບັນ Kirby ຂອງມະຫາວິທະຍາລັຍ New South Wales ຊີ້ໃຫ້ເຫັນວ່າ ຊ່ອງວ່າງຂອງການກວດໂຣກ ແລະບັນຫາເລື່ອງການເຂົ້າເຖິງ ກໍາລັງເຮັດໃຫ້ຈໍານວນກໍຣະນີເພີ່ມຫຼາຍຂຶ້ນ. ຜູ້ຊ່ຽວຊານກ່າວວ່າ ໂຣກ Syphilis ແລະ ໂຣກໜອງໃນ (Gonorrhoea) ສາມາດປິ່ນປົວ ແລະປ້ອງກັນໄດ້ງ່າຍ. ແຕ່ໃນ ອອສເຕຣເລັຍ, ອັດຕາການຕິດເຊື້ອ ໄດ້ເພີ່ມຂຶ້ນປະມານສອງເທົ່າ ໃນສິບປີທີ່ຜ່ານມາ.

  • The cervical screening test that could save your life - ການກວດປາກມົດລູກ ສາມາດຊ່ວຍຊີວິດຂອງທ່ານໄດ້

    18/09/2025 Duração: 11min

    Cervical cancer is preventable, but only if you catch it early. Cultural and personal barriers have often meant that women avoid cervical cancer testing. But now with the help of a world-leading test, Australia is aiming to eliminate cervical cancer by 2035. The test is a safe and culturally sensitive option for women from all backgrounds. Best of all it could save your life—or that of someone close to you. - ມະເຮັງປາກມົດລູກ ສາມາດປ້ອງກັນໄດ້, ຂໍພຽງແຕ່ ທ່ານກວດພົບຢ່າງໄວເທົ່ານັ້ນ. ອຸບປະສັກສ່ວນຕົວ ແລະທາງວັດທະນະທັມ ມັກຫມາຍຄວາມວ່າ ຜູ້ຍິງຊັກຊ້າໃນການກວດເບິ່ງມະເຮັງປາກມົດລູກ. ແຕ່ບັດນີ້ ດ້ວຍຄວາມຊ່ອຍເຫລືອຂອງການກວດ ທີ່ນຳໜ້າຂອງໂລກ, ອອສເຕຣເລັຍ ມີເປົ້າຫມາຍ ທີ່ຈະກໍາຈັດມະເຮັງປາກມົດລູກ ພາຍໃນປີ 2035ການກວດເປັນທາງເລືອກທີ່ປອດພັຍ ແລະໃຫ້ຄວາມສຳຄັນ ທາງວັດທະນະທັມສໍາລັບຜູ້ຍິງ ຈາກທຸກພື້ນຖານ. ສິ່ງດີທີ່ສຸດແມ່ນວ່າ ມັນສາມາດຊ່ວຍຊີວິດຂອງທ່ານໄດ້—ຫລື ຊີວິດຂອງຄົນ ທີ່ໃກ້ຊິດກັບທ່ານ.

  • ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ

    18/09/2025 Duração: 07min

    ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ ຈະບໍ່ຖືກນໍາໃຊ້ ຈົນກວ່າວັນທີ 10 ທັນວາ, ແຕ່ກັມມາທິການ eSafety ກ່າວວ່າ ເຂົາເຈົ້າຢາກໃຫ້ມັນ ມີການຮຸກຮານຫນ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້. ກັມມາທິການ eSafety ຍັງຈະພົບກັບບໍຣິສັດສື່ສານມວນຊົນ ໃນ Silicon Valley ໃນອາທິດຫນ້າ ຮວມເຖິງ Apple, Discord, Open AI, Google ແລະ Meta ເພື່ອສົນທະນາ ກ່ຽວກັບການສັ່ງຫ້າມນີ້.

  • ວັນພົນລະເມືອງອອສເຕຣເລັຍ

    18/09/2025 Duração: 09min

    ວັນທີ 17 ເດືອນກັນຍາ ໄດ້ຖືກເລືອກໃຫ້ເປັນມື້ ທີ່ຮັບຮູ້ກົດຫມາຍ ທີ່ກໍ່ໃຫ້ເກີດຄວາມຄິດ ເລື່ອງການເປັນພົນລະເມືອງ ຂອງອອສເຕຣເລັຍ ພາຍໃຕ້ກົດຫມາຍ ເລື່ອງສັນຊາດ ແລະພົນລະເມືອງ (Nationality and Citizenship Act) ໃນປີ 1948. ແນວຄິດນັ້ນ ໄດ້ຖືກນໍາໃຊ້ໃນປີ 2001, ຊຶ່ງເປັນປີຄົບຮອບ 100 ປີຂອງສະຫະພັນ (the Centenary of Federation), ຕາມຄໍາແນະນໍາ ສໍາລັບວັນພິເສດ ເພື່ອສເລີມສລອງ ການເປັນພົນລະເມືອງ ຂອງອອສເຕຣເລັຍ.

  • ຄວາມໂປ່ງໃສ ຂອງຣັຖບານ.

    11/09/2025 Duração: 10min

    ຣັຖບານກາງ ໄດ້ປະກາດຂໍ້ສເນີ ທີ່ຈະປັບປຸງກົດຫມາຍເສຣີພາບຂອງຂໍ້ມູນ, ຫລືກົດຫມາຍ FOI, ນັກວິຈານ ແລະຜູ້ຊ່ຽວຊານໄດ້ເຕືອນບໍ່ໃຫ້ເຮັດເຊັ່ນນັ້ນ ຍ້ອນຫຼາຍເຫດຜົນ. ນັກວິເຄາະກ່າວວ່າ ຄວາມໂປ່ງໃສ ເປັນສິ່ງສໍາຄັນຕໍ່ລະບອບປະຊາທິປະໄຕທີ່ດີພ້ອມທັງສົ່ງເສີມ ກັມມາພິບານ (Good Governance) ແລະຄວາມຮັບຜິດຊອບ .

  • ວ່າດ້ວຍກົດຫມາຍປືນ ຂອງອອສເຕຣເລັຍ.

    11/09/2025 Duração: 11min

    ເຖິງແມ່ນວ່າ ການຄາດຕະກັມ ທີ່ກ່ຽວຂ້ອງກັບອາວຸດປືນ ໄດ້ເລີ່ມຫລຸດລົງໃນຕົ້ນປີ 1980, ໄດ້ຫລຸດລົງເລື້ອຍໆ ໃນອັດຕາດຽວກັນ ຫລັງຈາກເຫດການ Port Arthur, ແລະຍັງຢູ່ໃນລະດັບຕ່ຳ ແລະຊົງໂຕໃນທຸກວັນນີ້ ແຕ່ຜູ້ຊ່ຽວຊານກ່າວວ່າ ການມີອາວຸດປືນຢູ່ໃນຊຸມຊົນຫຼາຍຂຶ້ນນັ້ນ, ອາດເຮັດໃຫ້ຄວາມປອດພັຍຫຼຸດລົງ ໂດຍສເພາະໃນເມືອງໃຫຍ່ ແລະຄວາມກ້າວໜ້າດ້ານເທັກໂນໂລຈີສນການຜລິດປືນເຖື່ອນ.

  • ການລາອອກ ຂອງນາຍົກຣັຖມົນຕີຍີ່ປຸ່ນ.

    11/09/2025 Duração: 08min

    ປະເທດຍີ່ປຸ່ນ ຕົກຢູ່ໃນຄວາມບໍ່ແນ່ນອນ ຈາກການລາອອກຈາກຕໍາແຫນ່ງ ຂອງນາຍົກຣັຖມົນຕີ Shigeru Ishiba ແຕ່ລາວຈະຍັງຢູ່ໃນຕຳ ແໜ່ງຮັກສາການຈົນກວ່າ ຈະມີການເລືອກຜູ້ທີ່ຈະມາຮັບໜ້າທີ່ແທນ ຊຶ່ງຄາດວ່າຈະແມ່ນໃດເດືອນ ຕຸລາ. ປະຕິກິຣິຍາ ທົ່ວໄປໃນຍີ່ປຸ່ນແມ່ນວ່າ: ມີຄວາມສະບາຍໃຈ, ແຕ່ກໍຍັງເປັນຫ່ວງນໍາອີກ.

  • What is forced marriage and what support is available in Australia? - ການບັງຄັບແຕ່ງດອງ (Forced Marriage) ແມ່ນຫຍັງ ແລະມີການ ສນັບສນູນຫຍັງແດ່ໃນອອສເຕຣເລັຍ?

    11/09/2025 Duração: 15min

    A forced marriage occurs when one or both individuals do not consent freely, often due to threats, coercion, deception, or if they are under 16 or those with mental incapacities. No matter how long you've been living here, it's vital to know: You have the right to choose who you marry.  In this episode, we'll explore the difference between arranged and forced marriage and where you can turn for help if you or someone you know is affected.  - ການບັງຄັບແຕ່ງດອງ (Forced Marriage) ເກີດຂຶ້ນເມື່ອຄົນຫນຶ່ງ ຫຼືທັງສອງຄົນ ບໍ່ເຫັນດີນໍາຢ່າງເປັນອິດສຣະ, ສ່ວນຫຼາຍຍ້ອນການຂົ່ມຂູ່, ການບີບບັງຄັບ, ການຫຼອກລວງ, ຫຼືຖ້າເຂົາເຈົ້າມີອາຍຸຕໍ່າກວ່າ 16 ປີ ຫຼືຜູ້ທີ່ມີຄວາມບົກພ່ອງທາງຈິດ. ບໍ່ວ່າທ່ານຈະອາສັຍຢູ່ທີ່ນີ້ດົນປານໃດກໍຕາມ, ມັນສໍາຄັນທີ່ຈະຮູ້ວ່າ: ທ່ານມີສິດທີ່ ຈະເລືອກວ່າ ທ່ານຈະແຕ່ງດອງກັບໃຜ. ໃນຕອນນີ້, ເຮົາຈະຄົ້ນຫາຄວາມແຕກຕ່າງ ລະຫວ່າງ ການແຕ່ງດອງແບບຈັດຕຽມ (Arranged Marriage) ແລະການບັງຄັບແຕ່ງດອງ (Forced Marriage) ແລະບ່ອນທີ່ທ່ານສາມາດ ຂໍຄວາມຊ່ອຍເຫລືອ ຖ້າຫາກທ່ານ ຫລືບາງຄົນທີ່ທ່ານຮູ້ຈັກ ໄດ້ຮັບຜົນກະທົບ.

página 2 de 31