Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 79:40:13
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • ແຮ່ທາດຫາຍາກ (Rare Earth Minerals) ແມ່ນຫຍັງ?

    04/09/2025 Duração: 04min

    ແຮ່ທາດຫາຍາກ (Rare Earth) ເປັນກຸ່ມຂອງທາດໂລຫະ 17 ຊະນິດ ທີ່ຂັບເຄື່ອນ ເທັກໂນໂລຈີສມັຍໃຫມ່. ແລະມັນກໍສໍາຄັນຫລາຍ ສໍາລັບການປ່ຽນແປງພະລັງງານສີຂຽວ. ພະລັງງານແສງອາທິດ ແລະລົມ ແລະຣົດໄຟຟ້າ ທັງຫມົດລ້ວນອາສັຍທາດຫາຍາກ (Rare Earth Elements). ຕອນນີ້ ປະເທດຈີນ ຄວບຄຸມສາຍໂສ້ຕລາດ ສ່ວນໃຫຍ່ຂອງແຮ່ຫາຍາກ, ຊຶ່ງຄຶດເປັນປະມານ 70 ເປີເຊັນ ຂອງການຂຸດຄົ້ນ ແລະ 90 ເປີເຊັນ ຂອງການຜລິດ ແຕ່ ອອສເຕຣເລັຍກຳລັງຈະມີບົດບາດໃນເລື້ອງນີ້.

  • A beginner’s guide to owning a pet in Australia - ຄູ່ມືສໍາລັບຜູ້ເລີ່ມຕົ້ນ ໃນການເປັນເຈົ້າຂອງສັດລ້ຽງ ໃນອອສເຕຣເລັຍ

    04/09/2025 Duração: 10min

    Bringing a pet into your home can fill it with joy and companionship – but it also comes with important responsibilities. In Australia, new pet owners need to be aware of legal requirements, along with essential tips for training and caring for their animals. - ການນໍາເອົາສັດລ້ຽງ ເຂົ້າມາໃນບ້ານຂອງທ່ານ ສາມາດເຮັດໃຫ້ມັນ ເຕັມໄປດ້ວຍຄວາມສຸກ ແລະຄວາມເປັນເພື່ອນ-ແຕ່ມັນ ຍັງມີຫນ້າທີ່ຮັບຜິດຊອບທີ່ສໍາຄັນນໍາອີກ. ໃນອອສເຕຣເລັຍ ເຈົ້າຂອງສັດໃຫມ່ ຕ້ອງຮູ້ຂໍ້ກຳໜົດທາງກົດຫມາຍ ພ້ອມດ້ວຍຄໍາແນະນໍາ ທີ່ຈໍາເປັນ ສໍາລັບການຝຶກອົບຮົມ ແລະເບິ່ງແຍງສັດຂອງເຂົາເຈົ້າ.

  • ລາຍງານ ການຫຼອກລວງ ໃນປີ 2025.

    04/09/2025 Duração: 06min

    ລາຍງານໃຫມ່ ຂອງຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກຂອງອອສເຕຣເລັຍ (the Australian Competition and Consumer Commission-ACCC) ພົບວ່າ ຊາວອອສເຕຣເລັຍ ຈໍານວນຫນ້ອຍລົງ ທີ່ລາຍງານ ການຫຼອກລວງ ໃນປີ 2025 ແຕ່ມີການສູນເສັຍເງິນຫຼາຍຂຶ້ນ. ຜູ້ຊ່ຽວຊານຍັງກ່າວວ່າ ຜູ້ບໍຣິໂພກເອງກໍຕ້ອງມີຄວາມລະມັດລະວັງຄືກັນ.

  • ການຊຸມນຸມຕໍ່ຕ້ານການຍ້າຍຖິ່ນຖານ

    04/09/2025 Duração: 13min

    ການປະທ້ວງທົ່ວປະເທດ, ຊຶ່ງຜູ້ຈັດງານເອີ້ນວ່າ the March for Australia, ໄດ້ຂຍາຍໄປທົ່ວປະເທດ ໃນວັນອາທິດ (31 ສິງຫາ) ໂດຍມີຜູ້ເຂົ້າຮ່ວມຫລາຍພັນຄົນ ທີ່ຊຸມນຸມກັນຢູ່ໃນເມືອງຫລວງ ແລະສູນກາງພູມີພາກ, ຖືທຸງຂອງອອສເຕຣເລັຍ ແລະຮຽກຮ້ອງ ໃຫ້ຍຸດຕິສິ່ງທີ່ເຂົາເຈົ້າເອີ້ນວ່າ "ການຍ້າຍຖິ່ນຖານຢ່າງໃຫຍ່ຫລວງ (Mass migration)" ເຂົ້າສູ່ອອສເຕຣເລັຍ.

  • ຄຳເຕືອນໃນຄວາມປອດພັຍທາງນ້ຳ.

    28/08/2025 Duração: 05min

    ເຈົ້າຫນ້າທີ່ ກໍາລັງໃຊ້ງານສະແດງເຮືອ Sydney ໃນອາທິດນີ້ ເພື່ອສະແດງໃຫ້ເຫັນ ເຖິງອັນຕະຣາຍ ຂອງການຂີ່ເຮືອ ແລະການຕຶກປາໃນໂງ່ນຫີນ. Marine Rescue New South Wales ກ່າວວ່າ ການຕຽມພ້ອມພຽງເລັກນ້ອຍ ກໍສາມາດຊ່ອຍໃຫ້ທ່ານປອດພັຍໄດ້ ໂດຍສະເພາະ ການກວດເບິ່ງສະພາບອາກາດ, ການມີອຸບປະກອນຄວາມປອດພັຍ ທີ່ຕຽມພ້ອມ ແລະພ້ອມໃຊ້ງານ, ແລະການຮູ້ວິທີໃຊ້ມັນ.

  • ໂຣກພູມແພ້ (Allergy) ໃນອອສເຕຣເລັຍ.

    28/08/2025 Duração: 09min

    ໂຣກພູມແພ້ (Allergy) ໃນອອສເຕຣເລັຍ.ໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນເກືອບ 20 ປີ. ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍໃນການເພີ່ມຂຶ້ນນີ້ ແລະ ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເພື່ອຊ່ວຍປ້ອງກັນໂຣກພູມແພ້, ຊ່ວຍພັດທະນາຄວາມປອດພັຍ ຂອງຄົນທີ່ມີໂຣກພູມແພ້, ເພື່ອເລັ່ງການຄົ້ນຄວ້າ ແລະໃຫ້ການດູແລທີ່ດີກວ່າ.

  • ຢູໂຣບ ຈະຮ່ວມປະຊຸມສັນຕິພາບຂອງ Ukraine.

    28/08/2025 Duração: 09min

    ປະເທດອັງກິດ, Italy, Finland ແລະ France ຈະເຂົ້າຮ່ວມການປະຊຸມ ລະຫວ່າງປະທານາທິບໍດີ ຂອງUkraine, Volodymyr Zelenskyy ແລະປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ທີ່ White House ເພື່ອສນັບສນູນ ປະທານາທິບໍດີ Ukraine, ຜູ້ທີ່ຖືກກົດດັນ ຈາກສະຫະຣັດອາເມຣິກາ ໃຫ້ຮັບເອົາຂໍ້ຕົກລົງສັນຕິພາບ ຢ່າງຮີບດ່ວນ.

  • ອັນຕະຣາຍ ຂອງໄຟໄຫມ້ໝໍ້ໄຟ (Battery).

    28/08/2025 Duração: 08min

    ຜູ້ຊ່ຽວຊານ ກຳລັງເຕືອນເຖິງອັນຕະຣາຍ ຂອງໄຟໄຫມ້ ໝໍ້ໄຟ (Battery). ພວກເຂົາເວົ້າວ່າ ມີໄຟໄຫມ້ໝໍ້ໄຟ (Battery) ຫລາຍກວ່າ 500ເທື່ອທົ່ວໂລກ ແລະມີການເພີ່ມຫລາຍຂຶ້ນ ໃນເຫດການໄຟໄຫມ້ ທີ່ກ່ຽວຂ້ອງກັບຖ່ານ Lithium-ion, ຮວມທັງຖ່ານ Lithium-ion ຂນາດນ້ອຍ.

  • ການຮັບຮູ້ຣັດ Palestine ຂອງອອສເຕຣເລັຍ.

    21/08/2025 Duração: 10min

    ອອສເຕຣເລັຍ ຈະຮັບຮູ້ຣັດ Palestine (Palestinian State) ໃນກອງປະຊຸມໃຫຍ່ ສະຫະປະຊາຊາດ ໃນເດືອນກັນຍາ ພ້ອມກັນກັບ France, Canada ແລະປະເທດອັງກິດ.... ແຕ່ຝ່າຍຄ້ານຣັຖບານກາງ ກໍຍັງກັງວົນ ກ່ຽວກັບການເຄື່ອນໄຫວ ທີ່ເຮັດໃຫ້ອອສເຕຣເລັຍ ຕ້ອງຂັດແຍ້ງກັບສະຫະຣັດອາເມຣິກາ ຊຶ່ງບໍ່ເຫັນດີນຳກັບການເຄື່ອນໄຫວນີ້.

  • ທາງແກ້ໄຂການຈໍາແນກເຊື້ອຊາດ ໃນອອສເຕຣເລັຍ.

    21/08/2025 Duração: 10min

    ການຈໍາແນກເຊື້ອຊາດທຸກປະເພດ ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ເດືອນຕຸລາ ໃນຕາເວັນອອກກາງ, ແລະແນວທາງບາງຢ່າງ ຂອງຣັຖບານ ກໍາລັງເຮັດໃຫ້ຊຸມຊົນ ເປັນປໍຣະປັກຕໍ່ກັນ. ກັມມາທິການການຈໍາແນກເຊື້ອຊາດ (Race Discrimination Commissioner) ຂອງອອສເຕຣເລັຍ ກ່າວວ່າ ມີທາງແກ້ໄຂ ເລື່ອງຈໍາແນກເຊື້ອຊາດ, ແຕ່ຣັຖບານຕ້ອງລົງມືດຳເນີນການ....ແຕ່ ການແກ້ໄຂ ຕ້ອງມີຢູ່ໃນຊຸມຊົນຄືກັນ.

  • ອາເມຣິກາຈະ ຍົກເລີກເງິນສໍາລັບການພັດທະນາວັກຊີນ.

    21/08/2025 Duração: 09min

    Robert F. Kennedy Junior, ຣັຖມົນຕີ ກະຊວງສາທາຣະນະສຸກ ຂອງສະຫະຣັດອາເມຣິກາ ໄດ້ປະກາດແຜນການ ຍົກເລີກເງິນຊ່ອຍເຫຼືອ ສໍາລັບການພັດທະນາວັກຊີນ ໃນຂນະທີ່ປະເທດອື່ນໆ ທົ່ວໂລກ, ຮວມທັງປະເທດຈີນ ແລະຢູໂຣບ ແລະເອເຊັຍໂດຍທົ່ວໄປ, ທີ່ບໍ່ໄດ້ປະຖິ້ມ ການລົງທຶນຂອງຕົນ ໃນການຄົ້ນຄວ້າ mRNA.

  • Is Australian tap water safe to drink?  - ນ້ຳກັອກໃນອອສເຕຣເລັຍ ປອດພັຍທີ່ຈະດື່ມ ຫຼືບໍ່?

    21/08/2025 Duração: 11min

    Access to safe drinking water is essential, and Australia’s often harsh environment means that our drinking water supplies are especially precious. With differences in the availability and quality of drinking water across the country, how do we know if it’s safe to drink? In this episode we get water experts to answer this question and more.   - ການເຂົ້າເຖິງນ້ຳດື່ມທີ່ປອດພັຍເປັນສິ່ງສໍາຄັນ, ແລະສະພາບແວດລ້ອມ ທີ່ຮ້າຍແຮງຂອງອອສເຕຣເລັຍ ຫມາຍຄວາມວ່າ ນ້ຳດື່ມຂອງເຮົາມີຄ່າເປັນພິເສດ. ດ້ວຍຄວາມແຕກຕ່າງ ໃນການເຂົ້າເຖິງ ແລະຄຸນນະພາບຂອງນ້ຳດື່ມ ທົ່ວອອສເຕຣເລັຍ, ເຮົາຈະຮູ້ໄດ້ແນວໃດວ່າ ມັນປອດພັຍທີ່ຈະດື່ມ? ໃນຕອນນີ້ຂອງ Australia Explained, ພວກເຮົາມີຜູ້ຊ່ຽວຊານເລື່ອງນ້ຳ ໃນການຕອບຄໍາຖາມເຫຼົ່ານີ້ ແລະອື່ນໆ.

  • ປະຕິກິຣິຍາຕໍ່ພາສີຂອງ ອາເມຣິກາ

    14/08/2025 Duração: 11min

    ສະຫະຣັດອາເມຣິກາ ໄດ້ປະກາດການເກັບພາສີສູງຂຶ້ນ ສໍາລັບ 92 ປະເທດ, ຮວມທັງປະເທດ Canada 35 ເປີເຊັນ, ແລະປະເທດ ອິນເດັຍ 25 ເປີເຊັນ.ການເພີ່ມຂຶ້ນ ແມ່ນແນໃສ່ປະເທດ ທີ່ບໍ່ມີສ່ວນຮ່ວມ ກັບຜົນປໂຍດທາງເສດຖະກິດ ແລະຄວາມໝັ້ນຄົງ ຂອງສະຫະຣັດອາເມຣິກາ. ຫຼາຍປະເທດກໍກຳລັງຫາທາງຮັບມືກັບ ອັດຕາພາສີເຫຼົ່ານີ້ ແລະຫຼາຍປະເທດກໍຮູ້ສຶກວ່າເປັນການເຄື່ອນໄຫວທີ່ບໍ່ມີເຫດຜົນ ແລະອາດຈະສ້າງວິກິດທາງເສດຖະກິດໄດ້.

  • ການຂຍາຍອາວຸດ Nuclear

    14/08/2025 Duração: 08min

    ອາວຸດນິວເຄລັຍ ເປັນອາວຸດທີ່ມີຄວາມສາມາດທໍາລາຍສູງ ທີ່ບໍ່ເຄີຍມີມາກ່ອນ ໄດ້ກໍ່ໃຫ້ເກີດການແຂ່ງຂັນ ດ້ານອາວຸດປະຣະມະນູ. ດ້ວຍຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ການສະສົມອາວຸດນິວເຄລັຍ ຂອງຈີນໃນອັດຕາທີ່ໄວ ໄດ້ເຮັດໃຫ້ເກີດຄວາມວິຕົກໃນພູມີພາກໂດຍສະເພາະ ບົດບາດຂອງຈີນໃນ ອາຊີ ຕາເວັນອອກສ່ຽງໃຕ້.

  • Australia’s Indigenous education gap and the way forward - ຊ່ອງວ່າງດ້ານການສຶກສາ ຂອງຊາວພື້ນເມືອງອອສເຕຣເລັຍ ແລະຫົນທາງຂ້າງຫນ້າ.

    14/08/2025 Duração: 11min

    Education is a pathway to opportunity, but for too long, Indigenous students in Australia have faced barriers to success. While challenges remain, positive change is happening. In this episode we’ll hear from Indigenous education experts and students about what’s working, why cultural education matters and how Indigenous and Western knowledge can come together to benefit all students. - ການສຶກສາ ເປັນເສັ້ນທາງສູ່ໂອກາດ, ແຕ່ເປັນເວລາດົນນານແລ້ວ, ນັກຮຽນຊາວພື້ນເມືອງ ໃນອອສເຕຣເລັຍ ໄດ້ປະເຊີນກັບອຸບປະສັກ ໃນການປະສົບຄວາມສໍາເລັດ. ໃນຂນະທີ່ ການທ້າທາຍຍັງຄົງມີຢູ່, ແຕ່ການປ່ຽນແປງໃນທາງບວກ ກໍກໍາລັງເກີດຂຶ້ນ. ໃນຕອນນີ້ ເຮົາຈະໄດ້ຍິນ ຈາກຜູ້ຊ່ຽວຊານດ້ານການສຶກສາ ແລະນັກຮຽນຊາວພື້ນເມືອງ ກ່ຽວກັບສິ່ງທີ່ໄດ້ຜົນ, ເປັນຫຍັງການສຶກສາທາງວັດທະນະທັມ ຈຶ່ງສໍາຄັນ ແລະວິທີ ທີ່ເອົາຄວາມຮູ້ຂອງຊາວພື້ນເມືອງ ແລະຕາເວັນຕົກມາຮວມກັນ ເພື່ອເປັນປໂຍດໃຫ້ແກ່ນັກຮຽນທຸກຄົນ.

  • ການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ

    14/08/2025 Duração: 16min

    ອອສເຕຣເລັຍ ໄດ້ຍົກເລີກຂໍ້ຈໍາກັດ ເລື່ອງການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ ຊຶ່ງເປັນການຕັດສິນໃຈທີ່ ນັກວິຈານກ່າວວ່າ ເປັນການເຮັດ ເພື່ອເອົາໃຈ Donald Trump. ສະມາຄົມຜູ້ຜລິດຊີ້ນງົວກ່າງງ່າ ດ້ວຍການຂາດແຄນຊີ້ນງົວ ໃນສະຫະຣັດອາເມຣິກາ, ຈຶ່ງບໍ່ໜ້າເປັນໄປໄດ້ ທີ່ຕລາດຂອງອອສເຕຣເລັຍ ຈະເຕັມໄປດ້ວຍຊີ້ນງົວ ທີ່ນໍາເຂົ້າຈາກອາເມຣິກາ. ພ້ອມທັງ ນາຍົກຣັຖມົນຕີຢ້ຳວ່າ ອອສເຕຣເລັຍ ຈະບໍ່ຍອມປະນີປະນອມ ເລື່ອງຄວາມປອດພັຍທາງຊີວະພາບ.

  • ລາຍງານກ່ຽວກັບໂຣກຕັບອັກເສບ (Hepatitis).

    07/08/2025 Duração: 06min

    ເກືອບ 300,000 ຄົນໃນອອສເຕຣເລັຍ ອາສັຍຢູ່ກັບ Hepatitis B ຫລື Hepatitis C-ສ່ວນຫລາຍແລ້ວ ບໍ່ມີສັນຍານເຕືອນ ເຖິງຄວາມເສັຍຫາຍຂອງຕັບ. ສະຖາບັນ the Kirby Institute ກ່າວວ່າ ຄວາມລຸກລາມຢ່າງງຽບໆ ເປັນເຫດຜົນ ທີ່ການທົດສອບເປັນປະຈໍາ ຈຶ່ງມີຄວາມສໍາຄັນ.

  • ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກ

    07/08/2025 Duração: 08min

    ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກໃນຕອນຕົ້ນ ຂອງອອສເຕຣເລັຍ ກໍາລັງຖືກທົດລອງ ຢູ່ຕ່າງປະເທດ ເປັນເທື່ອທໍາອິດ. ການຮ່ວມມືລະຫວ່າງ The Shepherd Centre ທີ່ບໍ່ຫວັງຜົນກຳໄລ ແລະເຈົ້າຫນ້າທີ່ ສາທາຣະນະສຸກ ໃນປະເທດຍີ່ປຸ່ນ ເປັນເວລາສິບປີD ການປິ່ນປົວ ແມ່ນສໍາລັບເດັກນ້ອຍ ທີ່ຄອບຄົວໄດ້ເລືອກໃຫ້ເຂົາເຈົ້າໃສ່ອຸບປະກອນການຟັງ ເຊັ່ນປະສາດຫູທຽມ (ປອມ)- (Cochlear implant).

  • ນະວັດກັມ (Innovation) ໃນການເກັບກູ້ລະເບີດ.

    07/08/2025 Duração: 13min

    ການກໍາຈັດລະເບີດ ເປັນຂັ້ນຕອນທີ່ຕ້ອງມີຄວາມລະມັດລະວັງ; ມີການຄາດຄະເນວ່າ ມີການກໍາຈັດລະເບີດ ປະມານ 117,000 ລູກໃນແຕ່ລະປີ. Mread ຫຼື ໄດ້ພັດທະນາ ອຸປະກອນພົກພາ ເຄື່ອງທຳອິດ ທີ່ໃຊ້ຄື້ນວິທະຍຸຕໍ່າ (Low Frequency Radio Waves) ເພື່ອລະບຸລັກສນະສະເພາະໂມເລກູນ ຂອງວັດຖຸລະເບີດ. Mread ກ່າວວ່າ ເຄື່ອງມືຂອງເຂົາເຈົ້າ ສາມາດເລັ່ງການກໍາຈັດລະເບີດ ໄດ້ຢ່າງຫນ້ອຍ 30 ເປີເຊັນ.

  • ການຂັດແຍ້ງທາງທະຫານລະຫວ່າງໄທ-ກຳປູເຈັຍ.

    07/08/2025 Duração: 10min

    ການສູ້ຣົບ ໄດ້ເກີດຂຶ້ນຕາມຊາຍແດນຂອງປະເທດໄທ ແລະປະເທດກຳປູເຈັຍ ໃນຂນະທີ່ຄວາມເຄັ່ງຕຶງເກົ່າ ທີ່ກ່ຽວກັບຂໍ້ພິພາດ ເລື່ອງດິນແດນ ໄດ້ກາຍເປັນການຂັດແຍ້ງ ທີ່ບໍ່ຄ່ອຍເກີດຂຶ້ນ... ແຕ່ຮຸນແຮງ. ທັງສອງຝ່າຍ ກໍາລັງກ່າວໂທດກັນແລະກັນ ສໍາລັບການຍົວະຍົງ, ຊຶ່ງເປັນການຂັດແຍ້ງເທື່ອຫຼ້າສຸດ ໃນການໂຕ້ຖຽງ ທີ່ມີມາຫລາຍກວ່າຫນຶ່ງສັດຕະວັດ. ໃນຂນະທີ່ ຜູ້ນໍາຕ່າງປະເທດ ຮຽກຮ້ອງໃຫ້ມີຄວາມສງົບ ລະຫວ່າງເພື່ອນບ້ານ.

página 3 de 31