Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ຄົນອອສເຕຼເລັຍສູນເສັຍຫຼາຍລ້ານດອນລາແກ່ການຕົວະຕົ້ມໃນປີ 2020.
17/06/2021 Duração: 06minໜັງສືລາຍງານຂັ້ນແຫ່ງຊາດບອກໃຫ້ຮູ້ເຫັນວ່າຄົນອອສເຕຼເລັຍສູນເສັຍເງິນຄຳມາກມາຍ ເປັນປະຫວັດການໃນປີ 2020 ໃຫ້ແກ່ການຕົວະຕົ້ມຕ່າງໆ. ນັ້ນຕົກເປັນ 850 ລ້ານ ດອນ. ສ່ວນໃຫຍ່ແລ້ວແມ່ນການຕົວະຕົ້ມກ່ຽວກັບການໜູນເງິນໜູນຄຳແລະການຕົວະຕົ້ມໃນ ດ້ານຄວາມຮັກອັນລຶກຊຶ້ງ.
-
ຄົນ ຕໍແຣສ ສະເຕຼດຕ໌ ມີອາລົມຮ້າຍກັບການສັກຢາວັກຊີນ ໂຄວິດ-19
17/06/2021 Duração: 07minຄົນອອສເຕຼລຽນ່ີທຢູ່ກິນໃນຊາຍແດນທີ່ຕິດກັບປະເທດປາປົວນີວກີນີ ໃຈຮ້າຍແລະເຫຼືອອົກເຫຼືອໃຈພາຍຫຼັງນາຍົກຣຖັມົນຕີ ສະກອດຕ໌ ມໍຣິຊັນ ໃຫ້ຄຳໜັນສັນຍາຈະສັກຢາວັກຊີນ ໂຄວິດ-19 ແກ່ຂົງເຂດ ຕໍເຣັດສ໌ ສະເທດຕ໌ ຢ່າງຮີບດ່ວນແຕ່ນີ້ຍັງບໍ່ຖຶກກະທຳຂຶ້ນເທື່ອສຳຮັບເຂັມທີ່ສອງ. ຊາຍແດນອອສເຕຼເລັຍທີ່ຕິດກັບປະເທດ ປາປົວນີວກີນີ ມີັນຄົນເປັນພະຍາດ ໂຄວິດ-19 ຫຼາຍ.
-
ຄົນອາຟການທີ່ມີຄວາມຢ້ານກົວຕຽມໂຕບິນມາຍຢູ່ອອສເຕຼເລັຍ
17/06/2021 Duração: 06minຄົນອາຟການຈຳນວນນຶ່ງທີ່ເຮັດວຽກໃຫ້ແກ່ທະຫານອອສເຕຼເລັຍ ຖຶກບອກໃຫ້ຕຽມເນື້ອຕຽມໂຕເພື່ອສຸກເສີນມາຢູ່ອອສເຕຼເລັຍ. ມີການເຂົ້າໃຈວ່າພວກເຫຼົານີ້ຈະມີຄວາມສ່ຽງພັຍມາກມາຍເມື່ອ ອອສເຕຼເລັຍຫາກຖອນໂຕອອກໄປຈາກອາຟການິສຖານແລ້ວ.
-
ຄົນຕັດສັນຊາດສະບານໂຕໜ້າຕໍ່ໜ້າເອົາສັນຊາດອອສເຕຼລຽນ
17/06/2021 Duração: 05minພາຍທີອອສເຕຼເລັຍປິດຊາຍແດນແລະທີ່ອອສເຕຼເລັຍມີເສຖກິດອັນບໍ່ແນ່ນອນ ບັດນີ້ມີການສະບານໂຕເອົາສັນຊາດອອສເຕຼເລັຍຄືນໃໜ່ແລ້ວ. ພິທີການສະບານໂຕນັ້ນກຳລັງຖຶກເລັ່ງລັດຂຶ້ນທົ່ວອອສເຕຼເລັຍຢູ່.
-
ຂ່າວສຳຮັບຣະຍະ 14-6-21
17/06/2021 Duração: 12minໃນຣະຍະ 14-6-21 ມີຂ່າວຄາວຫັຍງແດ່ທີ່ເປັນສິ່ງທີ່ຄວນຊາບ?
-
ກອງປະຊຸມພິເສດ ອາຊຽນ-ສປຈີນ ຂອງຫ່ວາງນຶ່ງນີ້
17/06/2021 Duração: 06minອາຊຽນ-ສປຈີນ ມາຄວາມສຳພັນກັນມານານແນ້ວແລະໃນຫ່ວາງບໍ່ດົນນານ ແລ້ວນີ້ປະຊຸມິພເສດກັນຂຶ້ນ. ນັ້ນແມ່ນເພື່ອຫັຍງ?
-
ມັນປອດພັຍບໍ່ທີ່ຈະສົ່ງຢາບ້າໄປຍັງອອສເຕຼເລັຍໂດຍທາງ ອີແອມແສດສ໌?
17/06/2021 Duração: 04minຢາບ້າຖຶກນຳເຂົ້າປະເທດໂດຍມາວິທີການ. ປະເທດອອສເຕຼເລັບມີການຕໍ່ຕ້ານຢາເສດຕິດຢ່າງເຄັງຄັດແລະໄດຜົນດີ. ວິທີການອັນນຶ່ງທີ່ນຳຢາເສດຕິດມາຍັງອອສເຕຼເລັຍແມ່ນສົ່ງມັນມາທາງ ໄປສະນີແນວໃດແນວນຶ່ງ ດັ່າງຜ່ານ ອີແອມແສດສ໌ ແຕ່ມັນຈະຕລອດປອດ ພັຍບໍ່?
-
ການສັກຢາວັກຊີນ ຟາຍເຊີ ໃນ ສປປລາວ
17/06/2021 Duração: 07minສປປລາວ ຖຶກບຸກຣຸກໂດຍ ໂຄວິດ-19 ມາຊົ່ວຣະຍະນຶ່ງແລ້ວ ທີ່ໃນວັນທີ 17-6-21 ມີຄົນເປັນ ໂຄວິດ-19 ເຖິງປະມານ 2033 ຄົນແລ້ວທີ່ກໍທະວີຂຶ້ນຕລອດມາຢູ່. ສປປລາວ ໄດ້ຮັບການຊ່ວຍເຫຼືອກ່ຽວັກຍ ໂຄວິດ-19 ຈາກຕ່າງປະເທດມາກມາຍ ເຊັ່ນ ຈາກສະຫະປະຊາຊາດ (ໂຄແວກສ໌) ອອສເຕຼເລັຍ ສະຫະຣັດອະເມຣິກາ ແລະອື່ນໆ. ໃນຂະນະນີ້ ສປປລາວກຳັງຈາັກຢາວັກຊີນ ໂຄວິດ-19 ໂດຍໃຊ້ຢາ ຟາຍເຊີ ຈຳນວນນຶ່ງຢູ່.
-
ຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍ ໜີຈາກ ຍ້ອນກົດເກນຊາຍແດນອອສເຕຼເລັຍ
17/06/2021 Duração: 07minການທີ່ຣັຖບານອອສເຕຼເລັຍຈະບໍ່ເປີດຊາຍແດນຕໍ່ສາກົນນາໆຊາດ ຈົນກ່ວາຮອດກາງປີ 2022 ເປັນການເຮັດໃຫ້ຄົນຕ່າງປະເທດທີ່ມາ ຢູ່ອອສເຕຼເລັຍຢ່າງຖາວອນລໍຖ້າບໍ່ໄດ້ໃນການຈະໄປຢຽມຢາມຍາດຕິ ພີ່ນ້ອງໃນຕ່າງປພເທດ. ຫຼາຍຄົນໜີໄປຈາກອອສເຕຼເລັຍຢ່າງຖາວອນແລ້ວຫຼືກຳລັງຈະໜີໄປຢູ່. ນີ້ເປັນການສ້າງຄວາມເສັຍຫາຍແກ່ເສຖກິດອອສເຕຼເລັຍທີ່ຕ້ອງການ ແຮງງານທີ່ມີຄວາມສ່ຽວຊານຢູ່ແລ້ວ.
-
ອົງການສາທາຣະນະສຸກໂລກເວົ້າວ່າການສັກຢາວັກຊີນເປັນທາງອອກຈາກວິກິດ ໂຄໂຣນາໄວຣຣັສ
17/06/2021 Duração: 06minໂຄວິດ-19 ກຳລັງອາຣະວາດໂລກມະນຸດໂດຍນາໆວິທີການຢ່າງແຮງ ໂດຍບໍ່ສມ່ຳສເມີກັນໃນທຸກປະເທດ. ອົງການສາທາຣະນະສຸກໂລກເຫັນວ່າບາງປະເທດຄວບຄຸມພະຍາດດັ່ງ ກ່າວໄວ້ໄດ້ແລະບາງປະເທດມີຢາວັກຊີນກັນ ໂຄວິດ-19 ໂດຍຈຳກັດ. ອົງການສາທາຣະນະສຸກໂລກເຫັນວ່າການມີຢາວັກຊີນນັ້ນຢ່າງສເມີ ພາບກັນຈະເປັນບາດກ້າວໃນຂ້າງໜ້າທີ່ຈະມີປົກກະຕິຄືນໄດ້.
-
ນາຍົກອອສເຕຼເລັຍໄປປະຊຸມກັບຜູ້ນຳຂັ້ນໂລກ
17/06/2021 Duração: 08minສະກອດ ມໍຣິຊັນ ນາຍົກຣັຖມົນຕີອອສເຼເລັຍໄປປະຊຸມອັນສຳຄັນກັບຜູ້ນຳຂັ້ນໂລກ ນະທີ່ກອງປຸຊມ ຊີ-7 + 3 ໃນປະເທດອັງກິດ. ໃນການໄປແລະກັບທ່ານກໍຈະພົບປະປະຊຸມກັນກັບຜູ້ນຳຂອງປະເທດຕ່າງໆ ເຊັ່ນ ສິງກະໂປ. ການພົບປະປະຊຸມກັນຕ່າງໆນັ້ນລ້ວນແລ້ວແຕ່ເປັນສິ່ງສຳຄັນແທ້ໆ.
-
ການຮັບເດັກໃນຕ່າງປະເທດມາເປັນລູກ
17/06/2021 Duração: 08minຄົນອອສເຕຼເລັຍຫຼາຍຄົນຢາກເອົາເດັກໃນຕ່າງປະເທດມາເປັນລູກ. ວິທີການອັນນ່ຶງແມ່ນຜ່ານການເອົາມາແຕ່ຕ່າງປະເທດໂດຍເປັນ ທາງການ. ອອສເຕຼເລັຍມີຂໍ້ຕົກລົງເຫັນດີກັນກັບບາງປະເທດເພ່ືອໃຫ້ຄົນກະ ທຳເຊັ່ນນັ້ນໄດ້ ແຕ່ຣະບົບການແມ່ນຍືດຍາວແລະຕ້ອງມີການຕັດ ສິນໃຈອັນໜຽວແໜ້ນ.
-
-
ການຕ້ອງຫ້າມກ່ຽວກັບ ໂຄວິດ-19 ແມນລ໌ເບີນ ຍັງບໍ່ໜົດແທ້ໆເທື່ອ
11/06/2021 Duração: 05minການຕ້ອງຫ້າມ ລ໋ອກດາວ ແມນລ໌ເບິນ ແລະຂົງແຄ້ວນໜົດແລ້ວແຕ່ ມີການຕ້ອງຫ້າມຊະນິໃໜ່ມາແທນ. ບັດນີ້ກົດເກນການລ໋ອກດາວນັ້ນຖຶກຍົກເລີກແລ້ວແຕ່ການນາບຂູ່ຈາກ ໂຄວິດ-19 ຍັງມີຢູ່ແທ້ໆຢູ່. ນີ້ພາໃຫ້ມີການຕ້ອງຫ້າມບາງຢ່າງຖຶກນຳມາບັນ. ທ່ານຮູ້ອັນໃດແດ່?
-
ຄົນງານລາວປະສົບການກັບໜູຣະບາດໃນອອສເຕຼເລັຍ
10/06/2021 Duração: 14minສຳພາດທ່ານ ສີສຸພັນ ຜູ້ນຳແຮງງານກະເສດ. ອອສເຕຼເລັຍເຄີຍມີໜູຣະບາດໃນທົ່ງກະເສດຢູ່ເລື້ອຍໆ ໂດຍສະເພາະໃນຍາມ ເກັບກ່ຽວເຂົ້າຕ່າງໆນາໆ. ໃນເວລານີ້ໜູກຳລັງເກີດແມ່ແຜ່ລູກຣະບາດຂຶ້ນໃນທົ່ງປູກເຂົ້າຕ່າງໆໃນຣັດ ນີວຊາວແວນ ອອສເຕຼເລັຍ. ນີ້ກໍກຳລັງກະຈູ້ກະຈາບລາມໄປຫຼາຍແຫ່ງຢູ່. ໃນນີ້ ການສຳພາດທ່ານ ສີສຸພັນ ຈະນຳພາທ່ານໄປຮູ້ເຫັນວ່າຫັຍງແມ່ນຫັຍງ.
-
ການຄ້າໄທຍ໌ກັບປະເທດຊາຍແດນພູນສຸກ
10/06/2021 Duração: 03minປະເທດໄທຍ໌ເປັນປະເທດທີ່ສຳຄັນແຫ່ງນຶງໃນພາກພື້ນອາຊາຕາເວັນອອກສ່ຽງໃຕ້ ແລະມີການຄ້າີດກ່ວາຫຼາຍໆປະເທດຂອງທ່ອງຖ່ິນ. ໃນປີນີ້ປາກົດວ່າການຄ້າໄທຍ໌ກັບສີ່ປະເທດບ້ານໃກ້ເຮືອນຄຽງແມ່ນດີຫຼາຍກ່ວາ ຫ້າແນລ້ານ.
-
ສປປລວ ຈະນຳອອກສິນຄ້າກະເສດ 1500ລ້ານ ດອນ ໄປ ສປຈີນ
10/06/2021 Duração: 05minສປປລາວ ເປັນປະເທດທີມີພົນລະເມືອງບໍ່ຫຼາຍ ແລະຕິດກັບ ສປຈີນ ທີມີພົນລະ ເມືອງບໍ່ຫຼຸດ 1400ລ້ານ ຄົນ ທີ່ມີປາກມີທ້ອງທີ່ຕ້ອງການອອາຫານການກິນມາກ ມາຍຫຼາຍແທ້ໆ. ບັດນີ້ ສປປລາວ ຈະສົງສິ້ນຄ້າກະເສດໃນລາວໄປຍັງພາກນຶ່ງຂອງ ສປຈີນ ເຖິງ ມູນຄ່າ 1500ລ້ານ ດອນ.
-
ສປປລາວ ໄດ້ຢາວັກຊີນ ໂຄວິດ-19 ຟຼີໆອີກແລ້ວ
10/06/2021 Duração: 05minສປປລາວ ມີພົນລະເມືອງປະມານເຈັດລ້ານຄົນແລະດ້ອຍການພັທນາ. ເຖິງຈະເປັນແນວນັ້ນກໍຕາມ ໂຄວິດ-19 ມັນບໍ່ໄວ້ໜ້າແຕ່ຢ່າງໃດ. ມັນບຸກຣຸກໄປທົວເກືອບທຸກຫົນແຫ່ງແລ້ວຈົນວ່າເປັນມັນແລ້ວເກືອນ ສອງພັນຄົນ. ສາກົນນາໆຊາດກໍພາກັນຊ່ວຍເຫຼືອລາວກ່ຽວກັນ ໂຄວິດ-19 ໂດຍວິການຕ່າງໆ ເຊັ່ນໃຫ້ເງິນຄຳ ຢຸກຢາຕ່າງໆ. ໃນຫ່ວາງນຶ່ງນີ້ ສປປລາວກໍໄດ້ຮັບຢາວັກຊີນ ໂຄວິດ-19 ອີກປະມານ ນຶ່ງແສນເຂັມ.
-
ຈຳນວນຄົນເປັນ ໂຄວິດ-19 ໃນໄທຍ໌
10/06/2021 Duração: 02minໃນເລານີ້ພົນລະເມືອງໄທຍ໌ມີເກືອຍເຖິງ 50 ລ້ານຄົນ ແລະກຳລັງຖຶກອາຣະວາດ ໂດຍ ໂຄວິດ919 ຢູ່. ປະເທດໄທຍ໌ສະກັດກັ້ນພະຍາດດັ່ງກ່ວາໄດ້ດີແລະປິ່ນປົວຄົນທີເປັນມັນໄດ້ມາກ ມາຍດ້ວຍ. ກ່ຽວກັບເຣື່ອງນີ້ຕ້ອງມອງເບິ່ງສະຖານະພາບ ໂຄວິດ-19 ໃນໄທຍ໌.
-
ຄຳໜັ້ນສັນຢາບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກ
10/06/2021 Duração: 06minປະເທດອອສເ6ູເລັຍເປັນປະເທດນຶ່ງຈາກປະເທດຈຳນວນນຶ່ງທີ່ໃຫ້ຄຳໜັ້ນສັນຍາ ໃຫ້ເງິນແກ່ໂຄງການ "ໂຄແວກ" ່ ທີ່ມີຈຸດປະສົງບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກລ້ຳບາກຍາກແຄນ. ຣັຖບານອອສເຕັຍເລັຍໃຫ້ສັນຍາວ່າຈະໃຫ້ເງິນນັ້ນເຖິງຫ້າສິບບລ້ານດອນລາແກ່ ໂຄແວກ. ກ່ອນນີ້ອອເຕຼເລັຍກໍໃຫ້ແກ່ ໂຄແວກ ໄປແລ້ວແປດສິບລ້ານດອນ. ນອກນັ້ນອອສເຕັຼຍກໍໃຫ້ເງິນເຖິງຫຼາຍກ່ວາສິບຫ້າລ້ານແກ ສປປລາວ ເພືອຝຶກຫັດພະນັກງານສັກຢາວັກຊິນນັ້ນແລະເພື່ອໄປຊື້ຢາວັກຊີນ ໂຄວິດ-19 ຍີ່ຫໍ໊ ຟາຍເຊີ ນຶ່ງລ້ານເຂັມດ້ວຍ.